ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພົນຕີ ວົງຄໍາ ພົມມະກອນ ລົງກວດກາຄວາມພ້ອມກ່ອນ ມອບ-ຮັບໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ


   ວັນທີ 2 ພຶດສະພາ 2023 ນີ້ , ສະຫາຍ ພົນຕີ ວົງຄຳ ພົມມະກອນ ກໍາມະການສູນກາງພັກ ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະໄດ້ລົງກວດກາເບິ່ງໂຄງການກໍ່ ສ້າງໂຮງຮຽນວັດທະນະທໍາຊົນ ເຜົ່າກອງທັບ ເພື່ອກະກຽມຄວາມ ພ້ອມກ່ອນການ ມອບ-ຮັບໂຮງ ຮຽນວັດທະນະທໍາຊົນເຜົ່າ ກອງ ທັບຢ່າງເປັນທາງການ ແນໃສ່ຮອງຮັບເອົານັກຮຽນເຂົ້າຮຽນໃນ ສົກຮຽນ 2023-2024ທີ່ຈະມາເຖິງນີ້, ໂດຍການຕ້ອນ ຮັບຂອງ ສະຫາຍ ພັນເອກ ປອສະແຫວງ ແດນນາມົນ ເລຂາຄະ ນະພັກ ຫົວຫນ້າການເມືອງໂຮງ ຮຽນວັດທະນະທໍາຊົນເຜົ່າກອງ ທັບ ພ້ອມດ້ວຍຄະນະ ເຊິ່ງມີບໍ ລິສັດຮັບເຫມົາກໍ່ສ້າງ ແລະ
ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ.

   ໂອກາດນີ້, ສະຫາຍ ທິ້ງ ຕາງຫນ້າໃຫ້ບໍລິສັດ ລາວີນາໂກ 36 ໄດ້ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດບັນດາຫນ້າວຽກການກໍ່ສ້າງດ້ານຕ່າງໆຂອງໂຮງ ຮຽນວັດທະນະທໍາຊົນເຜົ່າກອງທັບ ບົນພື້ນຖານປະຕິບັດຕາແຜນຜັງ ແລະ ທິດຊີ້ນໍາຂອງກະຊວງປ້ອງກັນປະເທດເຊິ່ງມາຮອດປັດຈຸບັນບັນດາຫນ້າວຽກຕ່າງໆ ໄດ້ສໍາເລັດໂດຍພື້ນຖານ.ຈາກນັ້ນ ສະຫາຍ ພັນເອກ ເພັດສະຫມອນ ວິລະວອນ ຮອງເລຂາຄະນະພັກ ຫົວຫນ້າການທະຫານ ໂຮງຮຽນວັດ ທະ ນະທໍາຊົນເຜົ່າ ກອງທັບ ກໍໄດ້ລາຍງານການກະກຽມຄວາມພ້ອມດ້ານຕ່າງໆ, ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ກ່ອນພິທມອບ-ຮັບ ແລະ ເປີດໂຮງຮຽນວັດທະນະທໍາຊົນ ເຜົ່າກອງທັບຢ່າງເປັນທາງການ ໂດຍພິທີມອບ-ຮັບໂຮງຮຽນຈະໄດ້ຈັດຂຶ້ນໃນກາງເດືອນພຶດສະພາ2023ນີ້.ການລົງມາກວດກາຄວາມພ້ອມຄັ້ງນີ້, ສະຫາຍ ພົນຕີວົງຄໍາ ພົມມະກອນ ພ້ອມດ້ວຍຄະນະ, ບໍລິສັດຮັບເຫມົາກໍ່ສ້າງ ແລະ ຄະ ນະອໍານວຍການໂຮງຮຽນວັດ ທະນະທໍາຊົນເຜົ່າກອງທັບ ໄດ້ປຶກສາຫາລືກັນເຖິງຫນ້າ
ວຽກ
ຕ່າງໆທີ່ຍັງບໍທັນສໍາເລັດ ພ້ອມທັງຊີ້ນໍາຫຼາຍບັນຫາທີ່ສໍາຄັນຕໍ່ບໍລິສັດຮັບເຫມົາກໍ່ສ້າງ ແລະ ຄະ ນະອໍານວຍການໂຮງຮຽນ ກໍຄືພາກສ່ວນທີ່ກ່ຽວຂ້ອງ ຈົ່ງປະ ສານສົມທົບກັນຢ່າງລະອຽດ ແກ້ໄຂບັນດາຫນ້າວຽກທີ່ຍັງຄ້າງໃຫ້ສໍາເລັດຕາມແຜນການທີ່ວາງໄວ້.

ແຫຼ່ງທີ່ມາ:ທ​ອງ​ເພັດ
ວັນທີ 04/05/2023